ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພົນເອກ ຈັນສະໝອນ ຈັນຍາລາດ ເນັ້ນໃຫ້ການນໍາແຂວງໄຊສົມບູນຖືເອົາວຽກງານການເມືອງແນວຄິດ ເປັນສະໜາມຮົບແຖວໜ້າ


    ໃນໂອກາດທີ່ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ປະເທດ ໄດ້ເຂົ້າຮ່ວມເປັນປະທານປິດກອງປະຊຸມວຽກງານການເມືອງ-ແນວຄິດ ຄັ້ງທີ I ແລະ ເຜີຍແຜ່ ມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະ ເທດຄັ້ງທີ V ທົ່ວແຂວງໄຊສົມບູນ ທີ່ໄດ້ດໍາເນີນມາເປັນເວລາ 2 ວັນ ໃນວັນທີ 8-9 ພຶດສະພາ 2023 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນ ໃຫ້ການນໍາແຂວງ,ພະແນກການ,ອໍານາດການປົກຄອງທ້ອງຖິ່ນທຸກຂັ້ນ ຕ້ອງຖືເອົາວຽກງານການເມືອງ - ແນວຄິດເປັນສະໜາມຮົບແຖວໜ້າອັນໜຶ່ງຂອງພັກ ເຮົາໃນໄລຍະໃໝ່ ສອດຫ້ອຍເຂົ້າທຸກຂົງເຂດວຽກງານການເຄື່ອນ ໄຫວຂອງພັກ, ລັດ, ອົງການຈັດຕັ້ງມະຫາຊົນ ແລະ ທຸກຊັ້ນຄົນໃນສັງຄົມເໝືອນ ດັ່ງສາຍ
ເລືອດ ທີ່ຫຼໍ່ລ້ຽງຮ່າງກາຍ ຂອງຄົນເຮົາ ຖ້າຖືວຽກງານການເມືອງ - ແນວຄິດເປັນກົກ ຢູ່ໃນກະໂຕຂອງພະນັກງານ - ສະມາຊິກພັກເຮົາຕ້ອງຝຶກຝົນຫຼໍ່ຫຼອມຕົນ ເອງເອົາແນວຄິດການກະທຳທີ່ຖຶກຕ້ອງເປັນທຳນັ້ນ ເພື່ອຕີຖອຍແນວຄິດຜິດເຂວໃຫ້ໝົດໄປ ສຸດທ້າຍແນວຄິດທີ່ຖືກຕ້ອງ, ການກະທຳທີ່ຖືກຕ້ອງກໍ່ສາມາດເອົາ ຊະນະແນວຄິດທີ່ບໍ່ຖືກຕ້ອງ, ຜິດພາດ, ເດັດດ່ຽວ ບໍ່ປ່ອຍໃຫ້ຄວາມຄິດ, ການກະທຳທີ່ຜິດກືນກິນເນື້ອທີ່ ແລະ ຄອບງຳມັນສະໝອງ ຫຼືແນວຄວາມຄິດຂອງພະ ນັກງານ - ສະມາຊິກພັກ ແລະ ປະຊາຊົນເຮົາໄດ້ເປັນອັນຂາດ. ພ້ອມນັ້ນກໍ່ຕ້ອງກໍາຈັດປັດເປົ່າແນວຄິດ ແລະ ການກະທຳທີ່ຜິດພາດ ອອກຈາກພັກໃຫ້ຂາດຕົວ ແລະ ວາງແນວທາງທີ່ຖືກຕ້ອງ, ຊັດເຈນ,ເດັດດ່ຽວ, ເຄັ່ງຄັດ ໃນການຈັດຕັ້ງປະຕິບັດທີ່ຖືກຕ້ອງເປັນບູລິມະສິດທີ່ສາມາດຈັບຕ້ອງໄດ້ ສາມາດເອົາຊະນະທຸກປະ ກົດການທີ່ຫຍຸ້ງຍາກສັບສົນໄດ້ ແລະ ເປັນຮູບປະທຳຕົວຈິງ, ເວົ້າແລ້ວຕ້ອງເຮັດໃຫ້ເປັນຮູບປະທຳ, ເຮັດແລ້ວຕ້ອງໃຫ້ເກີດດອກອອກຜົນແທ້ ແລະ ຕ້ອງແກ້ການ ສໍ້ຫຼາດບາງຫຼວງ,ແກ້ຄວາມດຸ່ນດ່ຽງໃນການພັດທະນາ,ແກ້ຄວາມລຸດໂຕນທາງສັງຄົມ ຫຼື ເວົ້າຢ່າງໜຶ່ງແມ່ນການຈຳກັດຮັດແຄບຄວາມແຕກໂຕນກັນ,ແກ້ການ ຂາດປະສິດທິພາບຂອງກົງຈັກ, ແກ້ບັນຫາກົນໄກຂອງກົງຈັກ ແຕ່ເທິງລົງລຸ່ມເພື່ອບໍ່ໃຫ້ເປັນກົງ ຈັກ ແລະ ກົນໄກ ທີ່ ອາຍາສິດ, ແຂງກະດ້າງ, ຂາດປະຊາທິປະ ໄຕ, ກົນໄກທີ່ມີ ຊ່ອງຫວ່າງມີການກວດກາຍາກ, ສວຍໃຊ້ໜ້າທີ່ເຮັດຜິດໄດ້ງ່າຍ,ແກ້ພະຍາດອາຍາສິດ, ຫ່າງເຫີນມະຫາຊົນ, ຂາດນໍ້າໃຈຮັບໃຊ້ປະຊາຊົນ,ແນວ ຄິດຄອງເດີມ, ບໍ່ຢາກປ່ຽນແປງ, ມັກງ່າຍ. ສະນັ້ນ,ວຽກງານການເມືອງ - ແນວຄິດຂອງພັກເຮົາຈິງເປັນອາວຸດເພື່ອຕໍ່ສູ້ລະຫວ່າງ ຈິນຕະນາ ການໃໝ່ ກັບຈິນຕະ ນາການເກົ່າ,ແນວຄິດທີ່ຖືເອົາຜົນປະໂຫຍດຂອງຊາດ, ຂອງປະຊາຊົນ ເປັນຫຼັກ,ເດັດຂາດຕ້ານກັບແນວຄິດເຫັນແກ່ຜົນປະໂຫຍດສ່ວນຕົວ, ຈຸ້ມເຈື້ອພັກພວກ ເປັນໃຫຍ່, ສວຍໂອກາດສໍ້ລາດບາງຫຼວງ ໃຫ້ຂາດຕົວ. ໄປສົມຄູ່ກັບການຈັດຕັ້ງໂຄສະນາແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ຢ່າງແຂງແຮງ ເປັນກະບອກສຽງໃຫ້ພັກເຮົາໃນໄລຍະໃໝ່ ເບິ່ງຄືນກົນໄກ, ກົງຈັກການຈັດຕັ້ງທີ່ໄດ້ຮັບການມອບໝາຍໃຫ້ວ່າມີຄວາມພຽງພໍຊ່ຳໃດ ດ້ານບຸກຄະລາ ກອນ, ດ້ານພາຫະນະຮັບໃຊ້, ເອກະສານ ລວມທັງງົບປະມານ ແລະ ການໄລ່ລຽງເສດຖະ ກິດ-ການເງິນໃຫ້ສົມດຸນ,ພ້ອມນັ້ນກໍ່ເລືອກເຟັ້ນ ພະນັກງານທີ່ມີ ຄວາມຮູ້ ຄວາມສາມາດ ເປັນນັກປາຖະກະຖາ ໃຫ້ຫຼາຍ ມີປະສິດທິຜົນ,ເອົາໃຈໃສ່ໃນການຄົ້ນຄວ້າວິທະຍາສາດ ທີ່ທັນສະໄໝ ແລະ ສ້າງພະນັກງານນຳພາຄຸ້ມ ຄອງໄປນໍາ.ຍົກລະດັບຄວາມສາມາດໃຫ້ພະນັກງານສື່ມວນ ຊົນ ໃຫ້ດີກວ່າເກົ່າ ຫັນເອົາວຽກນີ້ເປັນກະບອກສຽງໃຫ້ທຸກຂະແໜງການນຳໃຊ້ຄວາມກ້າວໜ້າທາງ ດ້ານວິທະຍາສາດ, ເຕັກ ໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານຕົວຈິງຢ່າງມີຈຸດສຸມ. ສ້າງຄວາມເຊື້ອໝັ້ນໃຫ້ປະຊາຊົນດ້ວຍການກະທຳມີແບບແຜນ ພະນັກ ງານສະມາຊິກພັກທຸກຂັ້ນຕອນຖືເອົາປະຊາຊົນເປັນ ໃຈກາງ, ເອົາຮາກຖານປະຊາຊົນເປັນບ່ອນອີງ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ ເອົາໃຈໃສ່ແກ້ໄຂຊີວິດການ ເປັນຢູ່ໃຫ້ພະນັກງານ, ທະຫານ, ຕຳຫຼວດ, ລວມທັງພະນັກງານ ອາວຸໂສບໍານານ ແລະ ປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາ ລາດ ຍັງໄດ້ເນັ້ນຕື່ມອີກວ່າ:ເຮັດແນວໃດເພື່ອເຮັດໃຫ້ວຽກງານການເມືອງ - ແນວຄິດ ໄດ້ຫັນເປັນຂອງປະຊາຊົນຢ່າງແທ້ຈິງນັ້ນ ພວກເຮົາຕ້ອງປະຕິບັດແນວທາງ ທີ່ວ່າ: ” ທຸກວຽກງານຂອງພັກ - ລັດໃຫ້ປະຊາ ຊົນຮູ້, ປະຊາຊົນເຮັດ ແລະ ປະຊາຊົນກວດກາ ” ຕ້ອງໃຫ້ປະຊາຊົນຮູ້, ປະຊາຊົນປຶກສາຫາລື ແລະ ປະຊາຊົນ ເປັນຜູ້ເຮັດໜ້າທີ່ຊ່ວຍພັກເຮົາຢ່າງຈິງຈັງ ມີທັງສິ່ງເອື້ອອໍານວຍ ແລະ ມີທັງສິ່ງທີ່ທ້າທາຍ, ທົດສອບຫຼາຍປະການ, ດັ່ງນັ້ນ, ຈິງຮຽກຮ້ອງໃຫ້ການນໍາແຂວງ,ພະ ແນກການ,ອໍານາດການປົກຄອງທ້ອງຖິ່ນ ຕ້ອງໄດ້ ເພີ່ມທະວີຄວາມສາມັກຄີ ເປັນປືກແຜນ ແໜ້ນໜາ ເພື່ອນຳ ເອົາເນື້ອໃນຈິດໃຈມະຕິກອງປະຊຸມວຽກງານ ການເມືອງ-ແນວຄິດໃນຄັ້ງນີ້ໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ ແລະ ມີຄຸນນະພາບສູງ.


ແຫຼ່ງທີ່ມາ:ໜັງ​ສື​ພິມກອງ​ທັບ
ວັນທີ 10/05/2023